1. ລົງທະບຽນ ເປັນສະມາຊິກ Shop and Ship US

ສະໝັກສະມາຊິກທີ່ www.ShopandShipUS.com ຟີຼ ທ່ານຈະໄດ້ຮັບເລກ Member ID ເພື່ອໃຊ້ສົ່ງສິນຄ້າກັບທາງບໍລິສັດ
ສຳລັບ Wholesale ກະລຸນາຂຽນໃບສະໝັກ ແລ້ວຕິດຕໍ່ທາງບໍລິສັດເພື່ອຂໍ Upgrade ເປັນສະມາຊິກປະເພດ Platinum ຫຼື Paragon
* ບໍລີການຟີ ທີ່ຢູ່ໃນການຮັບສິນຄ້າໃນປະເທດສະຫະລັດອາເມລິກາ ທັງສິນຄ້າທົ່ວໄປ ແລະ ສິນຄ້າພິເສດທີ່ຕ້ອງສົ່ງເຖີງທີ່ຢູ່ເຮືອນເທົ່ານັ້ນ

2. ເລືອກສິນຄ້າທາງອິນເຕີເນັດຈາກເວັບໄຊທ໌ຕ່າງ ໆ ໃນສະຫະລັດອາເມລິກາ

ສະມາຊິກເລືອກສິນຄ້າຢູ່ເວັບໄຊທ໌ຕ່າງ ໆ ໃນສະຫະລັດອາເມລິກາ ເຊັ່ນ Coach, Ralph Lauren, Amazon.com,eBay,Best Buy ເປັນຕົ້ນ
ມີຍີ່ຫໍ້ ແບບ ແລະ ລຸ້ນ ໃຫ້ເລືອກຫຼາຍກວ່າ
ລາຄາຄືກກວ່າຊື້ຢູ່ໃນປະເທດລາວ
ທາງບໍລິສັດມີບໍລິການສັ່ງຊື້ສິນຄ້າໃຫ້ສະມາຊິກ

3. ສັ່ງໃຫ້ຜູ່ຂາຍສົ່ງສິນຄ້າມາທີ່ Shop and Ship US


ສົ່ງທາງຍົນ ສາຂາ
GLENDALE

Ship to.
Your Name Lastname
(Member ID) Shop and Ship US (AIR)
1940 Gardena Avenue, Unit A
Glendale, CA 91204
Tel : (818) 979-2119

ສົ່ງທາງຍົນ ສາຂາ PORTLAND

Ship to.
Your Name Lastname
(Member ID) Shop and Ship US (AIR)
2523 N Hayden Island Dr., Unit V Portland, OR 97217
Tel : (503) 946-5666

ສົ່ງທາງຍົນ ສາຂາ
SEATTLE

Ship to.
Your Name Lastname
(Member ID) Shop and Ship US (AIR)
1108 Industry Drive, Unit A
Tukwila, WA 98188
Tel : (253) 236-4840

ສົ່ງທາງຍົນ ສາຂາ
LAS VEGAS

Ship to.
Your Name Lastname
(Member ID) Shop and Ship US (AIR)
3871 S Valley View Blvd, Ste#18,
Las Vegas NV 89103
Tel : (702) 463-0829

ສົ່ງທາງເຮືອ ສາຂາ
GLENDALE

Ship to.
Your Name Lastname
(Member ID) Shop and Ship US (SEA)
1940 Gardena Avenue, Unit S Glendale, CA 91204
Tel : (818) 979-2119

ສົ່ງທາງເຮືອ ສາຂາ
PORTLAND

Ship to.
Your Name Lastname
(Member ID) Shop and Ship US (SEA)
2523 N Hayden Island Dr., Unit W Portland, OR 97217
Tel : (503) 946-5666

ສົ່ງທາງເຮືອ ສາຂາ
SEATTLE

Ship to.
Your Name Lastname
(Member ID) Shop and Ship US (SEA)
1108 Industry Drive, Unit S Tukwila, WA 98188
Tel : (253) 236-4840

ສົ່ງທາງເຮືອ ສາຂາ
LAS VEGAS

Ship to.
Your Name Lastname
(Member ID) Shop and Ship US (SEA)
3871 S Valley View Blvd, Ste#18, Las Vegas NV 89103
Tel : (702) 463-0829

ເນື່ອງຈາກເຮົາທໍາການແຍກການຮັບເຮັດການຂົນສົ່ງ ທາງຍົນ ແລະ ຂົນສົ່ງທາງເຮືອອອກຈາກກັນ ຖ້າຫາກທ່ານສັ່ງໃຫ້ຜູ້ຂາຍສົ່ງມາຜິດທີ່ຢູ່ ການປ່ຽນແປງຈາກການຂົນສົ່ງທາງເຮືອມາເປັນທາງຍົນ ຫຼື ປ່ຽນແປງຈາກການຂົນສົ່ງທາງຍົນໄປເປັນສົ່ງທາງເຮືອ ຈະເຮັດໃຫ້ມີການໃຊ້ເວລາ ແລະ ມີຄ່າໃຊ້ຈ່າຍເພີ່ມຂື້ນ ດັ່ງນັ້ນເພື່ອຄວາມວ່ອງໄວ ກະລຸນາລະບຸທີ່ຢູ່ໃຫ້ຖືກຕ້ອງຕາມຕົວຢ່າງ
ຕອນສັ່ງຊື້ສິນຄ້າ ລະບຸໃຫ້ສົ່ງສິນຄ້າມາທີ່ ( Ship to ) Shop and Ship US ໂດຍໃຊ້ຊື່ ແລະເລກ Member ID ຂອງທ່ານເປັນຜູ້ຮັບ ( ເບີ່ງຕົວຢ່າງຕາມຮູບ )
ສຳລັບສິນຄ້າຂະໜາດໃຫຍ່ ຫຼື ມີນ້ຳໜັກຫຼາຍ ເຮົາມີລົດ Folklift ຮັບສິນຄ້າເປັນການຊ່ວຍໃຫ້ທ່ານປະຢັດຄ່າ Liftgate ລົດບັນທຸກ
ຖ້າຜູ້ຂາຍຕ້ອງການທີ່ຢູ່ເຮືອນຂອງທ່ານ ກະລຸນາຕິດຕໍ່ບໍລິສັດເພື່ອຂໍທີ່ຢູ່ Resident

4. ລົງທະບຽນສິນຄ້າທີ່ທ່ານຊື້ ແລະ ເລືອກວິທີຫໍ່ສິນຄ້າ

ສະມາຊິກເຂົ້າລະບົບເພື່ອແຈ້ງ Tracking Numberຂອງສິນຄ້າທີ່ທ່ານສັ່ງຊື້ ໃຫ້ສົ່ງມາທີ່ບໍລິສັດ ( ເມື່ອສິນຄ້າສົ່ງມາເຖີງ ເວລາພະນັກງານສະແກນ Tracking Number ຈະຮູ້ທັນທີ່ວ່າແມ່ນສິນຄ້າຂອງທ່ານ )
ເລືອກ Packing Methodຮູບແບບຫໍ່ ວ່າຈະໃຫ້ທາງບໍລິສັດສົ່ງສິນຄ້າໃນແກັດ original, ພັບແກັດເດີມສົ່ງໄປດ້ວຍ, ຫຼື ຖິ້ມແກັດເດີມສິນຄ້າ ( ເພື່ອລຸດຂະໜາດ ແລະ ນ້ຳໜັກ ຊຶ່ງຈະຊ່ວຍໃຫ້ຄ່າສົ່ງໄປປະເທດລາວ ຖືກລົງ )
ເລືອກ Photo Packingວ່າທ່ານຈະໃຫ້ທາງບໍລິສັດ ຖ່າຍຮູບສິນຄ້າທີ່ສົ່ງມາເຖີງບໍລິສັດໃສ່ໄວ້ໃນລະບົບຈັກຮູບ ເພື່ອໃຫ້ທ່ານສາມາດເບີ່ງໄດ້ວ່າ ຜູ້ຂາຍສົ່ງສິນຄ້າໄດ້ຖືກຕ້ອງ ຫຼື ມີຄວາມເສັຍຫາຍໃດ ໆ ຫຼືບໍ່

ອ່ານເພີ່ມຕື່ມ
* ໝາຍເຫດ ຂັ້ນຕອນທີ 5 ແລະທີ 6 ນີ້ສາມາດເຮັດສະລັບກັນໄດ້ ຄື ສະມາຊິກສາມາດສ້າງ Shipment ( ຂັ້ນຕອນທີ 5 ) ທັນທີທີ່ Register Tracking ສິນຄ້າທີ່ທ່ານສັ່ງຊື້ ໃຫ້ສົ່ງມາທີ່ບໍລິສັດ ຫຼື ຈະຖ້າໃຫ້ສິນຄ້າສົ່ງເຖີງບໍລິສັດກ່ອນ ( ຂັ້ນຕອນທີ 6 ) ເພື່ອເບີ່ງຮູບຖ່າຍສິນຄ້າກ່ອນ ແລ້ວຄ່ອຍສ້າງ Shipment ກາໄດ້

5. create shipment ການສ້າງ shipment

1. ຈະສົ່ງລາຍການສິນຄ້າໃດ ( ເລືອກ item )
2. ໃຫ້ໃຜ ? ຢູ່ໃສ ? ( ລະບຸຊື່ ທີ່ຢູ່ ຜູ້ຮັບ )
3. ທາງຍົນ ຫຼື ທາງເຮືອ ( ເລືອກ Shipping Service )
4. ເລືອກວ່າຈະຊຳລະເງີນຄ່າສົ່ງເປັນ US Dollars ( Credit Card, Money Order, ຝາກເຂົ້າບັນຊີ ) ຫຼື ເງີນບາດ ( ຝາກເຂົ້າບັນຊີ )
5. ຍອມຮັບເງື່ອນໄຂການໃຫ້ບໍລິການຂອງບໍລິສັດ
ສະມາຊິກຈະໄດ້ Ship ID ຫຼັງຈາກ Create Shipment ແລ້ວ

ອ່ານເພີ່ມຕື່ມ

6. ຮັບສິນຄ້າ ຖ່າຍຮູບ ແລະ ເຮັດການຫໍ່ແກັດຕາມທີ່ສະມາຊິກເລືອກໄວ້ໃນຂັ້ນຕອນທີ 4

ເມື່ອສິນຄ້າທີ່ສະມາຊິກສັ່ງຊື້ໄດ້ສົ່ງມາເຖີງບໍລິສັດ ພະນັກງານຈະທຳການເປີດແກັດຖ່າຍຮູບໃສ່ໄວ້ໃນລະບົບ ເພື່ອໃຫ້ສະມາຊິກສາມາດກວດເບີ່ງວ່າຜູ້ຂາຍສົ່ງສິນຄ້າໃຫ້ຖືກຕ້ອງບໍ່ ? ແລະ ມີຕຳນິຫຼືບໍ່ ?
ພະນັກງານຈະທຳການຫໍ່ແກັດຕາມທີ່ສະມາຊິກໄດ້ເລືອກໄວ້ຕອນທີ່ Register Tracking ເພື່ອໃຫ້ສິນຄ້າມີຂະໜາດ ແລະ ນ້ຳໜັກໜ້ອຍລົງ
ແລ້ວທຳການເກັບສິນຄ້າໄວ້ໃນສາງເກັບເຄື່ອງ ເພື່ອຖ້າໃຫ້ສິນຄ້າຂອງສະມາຊິກມາຄົບທຸກລາຍການ ( ຕາມທີ່ Create Shipment ໄວ້ ) ເພື່ອບັນຈຸຮວບຮວມແກັດແລ້ວສົ່ງອອກ

7. ການຫໍ່ລວມແກັດອອກ invoice ສົ່ງໃຫ້ສະມາຊິກ ເພື່ອສະມາຊິກຊຳລະຄ່າສົ່ງສິນຄ້າ

ເມື່ອສິນຄ້າສົ່ງມາຄົບທຸກລາຍການ ເຈົ້າໜ້າທີ່ຈະທຳການຫໍ່ລວມແກັດໃຫ້ຂະໜາດ ແລະ ຈຳນວນແກັດນ້ອຍທີ່ສຸດ ເພື່ອໃຫ້ຄ່າສົ່ງຖືກທີ່ສຸດ ( ແຕ່ຖ້າເປັນສິນຄ້າທີ່ແຕກຫັກງ່າຍ ເຈົ້າໜ້າທີ່ຈະຫໍ່ໂຟມກັນແຕກເພື່ອຄວາມປອດໄພຂອງສິນຄ້າເປັນຫຼັກ )
ເຈົ້າໜ້າທີ່ຄຳນວນຄ່າສົ່ງສິນຄ້າ ( ຈາກຂະໜາດ ແລະ ນ້ຳໜັກຂອງສິນຄ້າພ້ອມສົ່ງ ) ອອກ Invoice ແລ້ວສົ່ງ Email Invoice ໃຫ້ສະມາຊິກ
ສະມາຊິກທຳການຊຳລະເງີນ ທາງ Credit Card, Money Order ຫຼື ຝາກເຂົ້າບັນຊີທະນາຄານໃນອາເມລິກາ ( US Dollars ) ຫຼື ໃນປະເທດໄທ ( ເງີນບາດ )

8. ສົ່ງສິນຄ້າອອກຈາກອາເມລິກາ ໄປເຖີງປະຕູເຮືອນຜູ້ຮັບສິນຄ້າຢູ່ປາຍທາງ

ບໍລິສັດຈະທຳການຂົນສົ່ງສິນຄ້າຈາກປະເທດສະຫະລັດອາເມລິກາ ໄປປະເທດລາວ ໂດຍບໍລິສັດ ຈະຈັດການເລື່ອງເອກະສານ ສົ່ງອອກ-ນຳເຂົ້າ ທຸກຂັ້ນຕອນ
ເມື່ອສິນຄ້າໄປເຖີງປະເທດລາວ ທາງບໍລິສັດຈະຈັດການເລື່ອງອາກອນພາສີໃຫ້ທຸກຂັ້ນຕອນ ໃຫ້ສະມາຊິກ
ເຈົ້າໜ້າທີ່ຈະຕິດຕໍ່ໃຫ້ຜູ້ຮັບໃນປະເທດລາວມາຮັບສິນຄ້າຢູ່ສຳນັກງານຂອງບໍລິສັດ ໃນນະຄອນຫຼວງວຽງຈັນ

ລາຍລະອຽດການລົງທະບຽນ Tracking ( Register Tracking ) ໃນ Step ທີ 4 ( ການ Register Tracking ມີ 3 ຂັ້ນຕອນ )

ການ Register Tracking ເປັນການແຈ້ງໃຫ້ທາງບໍລິສັດຮູ້ວ່າ

1. ສິນຄ້າທີ່ສະມາຊິກສັ່ງຊື້ໃຫ້ສົ່ງມາທີ່ Shop and Ship Us ນັ້ນແມ່ນຫຍັງ Tracking Number ຫຍັງ ( ຊ່ວຍໃຫ້ທາງບໍລິສັດຮູ້ທັນທີວ່າແມ່ນສິນຄ້າຂອງສະມາຊິກ ຫຼັງຈາກ Scan Tracking Number )
2. ຈະໃຫ້ທາງບໍລິສັດເຮັດແນວໃດກັບແກັດສິນຄ້າ ( ໃຫ້ພັບແກັດ ຖິ້ມແກັດ ຫຼື ສົ່ງທັງແກັດໂດຍບໍ່ຕ້ອງພັບ)
3. ຈະໃຫ້ທາງບໍລິສັດຖ່າຍຮູບແບບໃດ ? ( Standard Photo Packing ຫຼື Special Photo Package ລວມທັງການສັ່ງບໍລິການເສີມພິເສດ ອື່ນ ໆ )

ຂັ້ນຕອນທີ 1 : ຂຽນຂໍ້ມູນ Tracking Number ແລະ ລາຍລະອຽດສິນຄ້າທີ່ທ່ານສັ່ງຊື້ ໃຫ້ສົ່ງມາທີ່ Shop and Ship US

  • ລະບຸ Carrier ທີ່ຜູ້ຂາຍສົ່ງສິນຄ້າມາທີ່ Shop and Ship US ເຊັ່ນ UPS, USPS, FedEx ເປັນຕົ້ນ ( ຖ້າບໍ່ຮູ້ ໃຫ້ເລືອກ Other )
  • ໃສ່ Tracking Number ( copy ຈາກ email ທີ່ຜູ້ຂາຍສົ່ງໃຫ້ທ່ານ ຈະງ່າຍ ແລະ ມີໂອກາດຜິດພາດໜ້ອຍກວ່າການພິມເອງ )
  • ລະບຸ website ຜູ້ຂາຍ ຕົວຢ່າງ www.ebay.com, www.amazon.com ເປັນຕົ້ນ
  • ໃສ່ລາຍລະດຽດສິນຄ້າ ( copy ຈາກ email ທີ່ຜູ້ຂາຍສົ່ງໃຫ້ທ່ານ ຈະງ່າຍ ແລະ ມີໂອກາດຜິດພາດໜ້ອຍກວ່າການພິມເອງ )
  • ຂັ້ນຕອນທີ 2 : ຕ້ອງການໃຫ້ທາງບໍລິສັດເຮັດແນວໃດກັບແກັດສິນຄ້າ ? ຈະໃຫ້ພັບແກັດ ຖິ້ມແກັດ ຫຼື ສົ່ງທັງແກັດ ໂດຍບໍ່ຕ້ອງພັບ ຖ້າສະມາຊິກບໍ່ເລືອກ ບໍລິສັດຈະໃຊ້ວິທີຫໍ່ມາດຕະຖານ Standard Packing ໃຫ້ທ່ານ


    Standard Packing: ສົ່ງຕົວສິນຄ້າ ແລະ ແກັດສິນຄ້າ ແຕ່ຈະພັບແກັດສິນຄ້າໃຫ້ແພ່ອອກເພື່ອປະຢັດຄ່າສົ່ງ ຖ້າທ່ານບໍ່ເລືອກ "Packing Methods" ເຮົາຈະສົ່ງສິນຄ້າຂອງທ່ານດ້ວຍວິທີຫໍ່ມາດຕະຖານ ( Standard Packing ) ຕົວຢ່າງການຫໍ່ເກີບ : ເຮົາຈະເອົາເກີບອອກຈາກແກັດ ພັບແກັດເກີບໃຫ້ແປ ແລ້ວຫໍ່ເກີບແລະແກັດໄວ້ໃນແກັດໃໝ່ທີ່ມີຂະໜາດນ້ອຍກວ່າ ( ທ່ານຈະໄດ້ຮັບເກີບແລະແກັດເດີມຂອງເກີບ ແລະ ຈ່າຍຄ່າສົ່ງທີ່ຖຶກກວ່າດ້ວຍແກັດທີ່ມີຂະໜາດນ້ອຍລົງ )

    Economy Packing: ສົ່ງຕົວສິນຄ້າເທົ່ານັ້ນ ( ບໍ່ໃສ່ແກັດເດີມຂອງສິນຄ້າ ) ຕົວຢ່າງການຫໍ່ເກີບ : ເຮົາຈະເອົາເກີບອອກຈາກແກັດ ແລ້ວ ຫໍ່ເກີບລົງໃນແກັດທີ່ມີຂະໜາດນ້ອຍລົງເທົ່າທີ່ຈະນ້ອຍໄດ້ ( ທ່ານຈະໄດ້ຮັບເກີບໃນອັດຕາຄ່າສົ່ງທີ່ຕໍ່າທີ່ສຸດ )

    Premium Packing: Premium Packing : ສົ່ງຕົວສິນຄ້າໃນແກັດສິນຄ້າເດີມ ແລ້ວເພີ່ມການຫໍ່ໂຟມ Bubble Wrap ຮອບທັງຕົວສິນຄ້າແລະແກັດສິນຄ້າ ຕົວຢ່າງການຫໍ່ເກີບ : ເຮົາຈະຫໍ່ຕົວເກີບດ້ວຍໂຟມ Bubble Wrap ໃສ່ລົງໃນແກັດເກີບ ຫໍ່ໂຟມ Bubble Wrap ຮອບແກັດເກີບໃຫ້ແໜ້ນໜາ ແລ້ວບັນຈຸລົງໃນແກັດ ( ເໝາະສຳລັບສິນຄ້າທີ່ມີລາຄາສູງ ຫຼື ແຕກ ຫັກງ່າຍ ຫຼື ສຳລັບທ່ານທີ່ຕ້ອງການແກັດສິນຄ້າຢູ່ໃນສະພາບສົມບູນທີ່ສຸດ ເປັນການສະສົມເພື່ອຂາຍໃຫ້ລູກຄ້າ )

    ໝາຍເຫດ : ອຸປະກອນອີເລັກໂທນິກ ຂອງທີ່ແຕກງ່າຍ ເຊັ່ນ : ແກ້ວ ໂຖດອກໄມ້ ໂທລະສັບມືຖື ແທບເລັດ ແລບທອບ ຫຼື ຄອມພິວເຕີ້ ເຄື່ອງສຽງ ບໍ່ສາມາດເລືອກຫໍ່ແບບ Economy Packing ໄດ້ ແມ່ນວ່າທ່ານຈະເລືອກຫໍ່ແບບ Economy Packing ແຕ່ເຮົາເຫັນວ່າສິນຄ້ານັ້ນ ໆ ມີຄວາມຈຳເປັນທີ່ຕ້ອງຫໍ່ໃນແກັດສິນຄ້າເດີມເພື່ອປ້ອງກັນການເສັຍຫາຍລະຫວ່າງການຂົນສົ່ງ ເຮົາຂໍສະຫງວນສິດໃນການພິຈາລະນາຫໍ່ແບບ Standard Packing ໃຫ້ທ່ານ

    ຂັ້ນຕອນທີ 3 : ເລືອກຈຳນວນພາບຖ່າຍສິນຄ້າທີ່ທ່ານຕ້ອງການ ຫຼື ບໍລິການເສີມພິເສດ ທາງບໍລິສັດຈະຖ່າຍຮູບໃສ່ໄວ້ໃນ Profile ຂອງສະມາຊິກ ເພື່ອໃຫ້ສະມາຊິກສາມາດກວດເບີ່ງຄວາມຖືກຕ້ອງຂອງສິນຄ້າທີ່ສົ່ງເຖີງບໍລິສັດໄດ້
    ( ຖ້າສະມາຊິກບໍ່ເລືອກບໍລິການເສີມພິເສດ ທາງບໍລິສັດຈະຖ່າຍຮູບແບບ Standard Photo Package ໃຫ້ທ່ານ )

    Standard Photo Package( ອັດຕາ $2.00 ຕໍ່ Tracking ) ຄ່າຖ່າຍຮູບ 6 ຮູບ ຕາມລາຍລະດຽດຂ້າງລຸ່ມ ແລະ ຄ່າຫໍ່ແກັດ ( Packing Method ໃນຂັ້ນຕອນທີ 2 )
    ຮູບທີ 1 ຮູບຖ່າຍສິນຄ້າທັງແກັດ ທີ່ສົ່ງມາເຖີງ Shop and Ship US warehouse
    ຮູບທີ 2 ຮູບOriginal Shipping Label ຢູ່ໜ້າແກັດ ສະມາຊິກສາມາດກວດເບີ່ງຄວາມຖືກຕ້ອງ ແລະ ສາມາດໃຊ້ຂໍ້ມູນນີ້ໃນການ Return ຫຼື Claim ຄວາມເສັຍຫາຍກັບທາງຜູ້ຂາຍໄດ້
    ຮູບທີ 3 ແມ່ນຮູບສິນຄ້າ , ຮູບທີ 1 ແມ່ນຮູບພະນັກງານເປີດຝາແກັດ ແລ້ວ ຖ່າຍຮູບສິນຄ້າ ໂດຍລວມຢູ່ໃນຫຼັງ
    ຮູບທີ 4 ຮູບສິນຄ້າ , ຮູບທີ 2 ຮູບຖ່າຍໃຫ້ເຫັນລາຍລະອຽດຕົວສິນຄ້າສຳຄັນ ໆ ເຊັ່ນຖ້າເປັນ Vitamin ຈະຖ່າຍວັນໝົດອາຍຸ ຖ້າເປັນເກີບ ຈະຖ່າຍປ້າຍ Size ເກີບເປັນຕົ້ນ
    ຮູບທີ 5 ຮູບສິນຄ້າ , ຮູບທີ 3 ຮູບຖ່າຍຕົວສິນຄ້າໃນມຸມອື່ນ ແຕ່ຖ້າມີ Packing List ສົ່ງມາພ້ອມ ຈະຖ່າຍຮູບ Packing List ແທນ ເພາະມີປະໂຫຍດໃນການກວດເບີ່ງລາຍການສິນຄ້າທີ່ສົ່ງມາໃນແກັດນັ້ນ
    ຮູບທີ 6 ຮູບສິນຄ້າທີ່ຫໍ່ແລ້ວ + Location Label ຮູບຖ່າຍສິນຄ້າທີ່ຫໍ່ແລ້ວ ໆ ແລະ orginal shipping label ໃນຖົງຢາງ ມີ Localtion Label ຕິດຢູ່ເທີງ ສະມາຊິກສາມາດເບີ່ງນ້ຳໜັກສິນຄ້າຫຼັງຈາກຫໍ່ແລ້ວໄດ້ຢູ່ເຈັ້ຍທີ່ຕິດໄວ້

    Special Photo Package( ອັດຕາ $2.50 ຕໍ່ Tracking ) ຄ່າຖ່າຍຮູບ 12 ຮູບ ຕາມລາຍລະອຽດຂ້າງລຸ່ມ ແລະ ຄ່າຫໍ່ແກັດ ( Packing Method ໃນຂັ້ນຕອນທີ 2 )
    ຮູບທີ 1 ຮູບຖ່າຍສິນຄ້າທັງແກັດ ທີ່ສົ່ງມາເຖີງ Shop and Ship US warehouse
    ຮູບທີ 2 ຮູບOriginal Shipping Label ຢູ່ໜ້າແກັດ ສະມາຊິກສາມາດກວດເບີ່ງຄວາມຖືກຕ້ອງ ແລະ ສາມາດໃຊ້ຂໍ້ມູນນີ້ໃນການ Return ຫຼື Claim ຄວາມເສັຍຫາຍກັບທາງຜູ້ຂາຍໄດ້
    ຮູບທີ 3 ແມ່ນຮູບສິນຄ້າ , ຮູບທີ 1 ແມ່ນຮູບພະນັກງານເປີດຝາແກັດ ແລ້ວ ຖ່າຍຮູບສິນຄ້າ ໂດຍລວມຢູ່ມນລັງ
    ຮູບທີ 4 ຮູບສິນຄ້າ , ຮູບທີ 2 ຮູບຖ່າຍໃຫ້ເຫັນລາຍລະອຽດຕົວສິນຄ້າສຳຄັນ ໆ ເຊັ່ນຖ້າເປັນ Vitamin ຈະຖ່າຍວັນໝົດອາຍຸ ຖ້າເປັນເກີບ ຈະຖ່າຍປ້າຍ Size ເກີບເປັນຕົ້ນ
    ຮູບທ 5-10 ຮູບສິນຄ້າ , ຮູບທີ 3-8 ຮູບຖ່າຍໃຫ້ເຫັນລາຍລະອຽດສິນຄ້າສຳຄັນ ໆ ໃນມຸມອື່ນ ໆ
    ຮູບທີ 11 ຮູບສິນຄ້າ , ຮູບທີ 9 ຮູບຖ່າຍສິນຄ້າໃນມຸມອື່ນ ແຕ່ຖ້າມີ Packing List ສົ່ງມາພ້ອມ ຈະຖ່າຍຮູບ Pack List ແທນ ເພາະມີຄຸນປະໂຫຍດໃນການກວດເບີ່ງລາຍການສິນຄ້າທີ່ສົ່ງມາໃນແກັດນີ້
    ຮູບທີ 12ຮູບສິນຄ້າທີ່ຫໍ່ແລ້ວ + Location Label ຮູບຖ່າຍສິນຄ້າທີ່ຫໍ່ແລ້ວ ໆ ແລະ original shipping label ໃນຖົງຢາງ ມີ Location Label ຕິດຢູ່ເທີງ ສະມາຊິກສາມາດເບີ່ງນ້ຳໜັກດ້ານຫຼັງ ຈາກຫໍ່ແລ້ວຢູ່ໜ້າເຈັ້ຍນີ້

    Extra Services ບໍລິການເສີມພິເສດ ບໍ່ຈຳເປັນຕ້ອງເລືອກ ສຳລັບສະມາຊິກທີ່ຕ້ອງການໃຫ້ຖ່າຍຮູບພິເສດເພີ່ມຕື່ມ ຫຼື ໃຫ້ນັບສິນຄ້າໃຫ້ເທົ່ານັ້ນ

    12 Extra Individual Product Photo Service ( ອັດຕາ $2.50 / Item ) ເປັນຄ່າຖ່າຍຮູບສິນຄ້າແຕ່ລະລາຍການເພີ່ມອີກ 12 ຮູບ ສຳລັບສິນຄ້າລາຍການທີ່ສະມາຊິກຕ້ອງການເຫັນລາຍລະອຽດໃນຈຸດຕ່າງ ໆ ເພື່ອກວດເບີ່ງວ່າເປັນຂອງແທ້ ຫຼືບໍ່ມີຕຳນິ Product Counting Service ເປັນຄ່າບໍລິການນັບສິນຄ້າໃນ Tracking ນີ້ ເຊັ່ນ ຕ້ອງການໃຫ້ນັບວ່າມີ Lipstick ຕົວຈີງຈັກແທ່ງ ແວ່ນຕາຈັກອັນ ເກີບຈັກຄູ່ ? ຢູ່ໃນ Trackingນີ້ ເມື່ອຂຽນແລະເລືອກຄ່າບໍລິການແລ້ວ ກະລຸນາກົດປຸ່ມ Register Tracking ເພື່ອລົງທະບຽນ ( ຖ້າສະມາຊິກບໍ່ກົດປຸ່ມນີ້ ຂໍ້ມູນຈະບໍ່ເຂົ້າໃນລະບົບຂອງບໍລິສັດ )

    ລາຍລະອຽດການສ້າງ Shipment (Create Shipment) ໃນ Step ທີ 5 ( ການ Create Shipment ມີ 5 ຂັ້ນຕອນ )

    ຂັ້ນຕອນທີ 1 :ລະບຸວ່າຈະສົ່ງໃຫ້ໃຜ ? ຢູ່ໃສ ? ໃສ່ຂໍ້ມູນ ຊື່ - ນາມສະກູນ ທີ່ຢູ່ ແລະ ເບີໂທລະສັບ ຂອງຜູ້ຮັບເຄື່ອງຢູ່ປາຍທາງ
    ຂັ້ນຕອນທີ 2 :ກົດເລືອກວ່າທ່ານຕ້ອງການສົ່ງ Shipment ນີ້ທາງຍົນ ( ປະເພດໃດ ) ຫຼື ທາງເຮືອ ( ປະເພດໃດ )
    ຂັ້ນຕອນທີ 3 :ກົດເລືອກວ່າທ່ານຕ້ອງການສົ່ງສິນຄ້າລາຍການໃດໄປໃນ Shipment ນີ້ ( ທາງບໍລິສັດທຳການຫໍ່ລວມແກັດໃຫ້ທ່ານ )
    ຂັ້ນຕອນທີ 4 :ກົດເລືອກວ່າທ່ານຕ້ອງການຊຳລະຄ່າສົ່ງດ້ວຍວິທີໃດ

  • ການຊຳລະເປັນເງີນດອນລ້າສະຫະລັດໃຫ້ເລືອກ 3 ຊ່ອງທາງຄື ບັດ Credit, Money Order / Cashier Check ຫຼືຝາກເງີນເຂົ້າທະນາຄານໃນປະເທດອາເມລິກາ
  • ການຊຳລະເປັນເງີນບາດໄທ ມີໃຫ້ເລືອກ 1 ຊ່ອງທາງຄື ຝາກເງີນເຂົ້າທະນາຄານໃນປະເທດໄທ
  • ສະມາຊິກຄວນຕັດສິນໃຈໃຫ້ແນ່ນອນວ່າ ຊຳລະເງີນເປັນເງີນດອນລ້າສະຫະລັດ ຫຼື ເປັນເງີນບາດໄທ ເພາະວິທີການຈ່າຍເປັນເງີນຂ້າມສະກຸນເງີນຫຼັງຈາກທີ່ບໍລິສັດອອກ Invoice ແລ້ວ ບໍລິສັດຈະຄິດຄ່າທຳນຽມ ໃນການປ່ຽນສະກຸນເງີນ $5 ຫຼື 180 ບາດ / ຄັ້ງ / Invoice ເນື່ອງຈາກການປ່ຽນແປງສະກູນເງີນຫຼັງຈາກອອກ Invoice ມີຄວາມສັບຊ້ອນ

    ຫຼັງຈາກທີ່ສະມາຊິກລະບຸວິທີການຊຳລະເງີນ ສະມາຊິກຍັງບໍ່ຕ້ອງຊຳລະທັນທີ ຈົນກວ່າມາງບໍລິສັດຈະທຳການຫໍ່ລວມແກັດສິນຄ້າ ( consolidate ) ເພື່ອໃຫ້ໄດ້ຂະໜາດແລະນ້ຳໜັກທີ່ແນ່ນອນ ເພື່ອທຳການອອກ Invoice ບໍລິສັດຈະສົ່ງ invoice ໃຫ້ສະມາຊິກທາງ email ເພື່ອແຈ້ງໃຫ້ສະມາຊິກເຂົ້າລະບົບເພື່ອທຳການຊຳລະເງີນ

    ຂັ້ນຕອນທີ 5 : ກະລຸນາອ່ານເງື່ອນໄຂຄວາມຮັບຜິດຊອບການສູນຫາຍຂອງສິນຄ້າ ແລ້ວກົດປຸ່ມ Accept ເພື່ອຍອມຮັບເງື່ອນໄຂການບໍລິການຂອງບໍລິສັດ

    Back ເງື່ອນໄຂຄວາມໝາຍຜິດຊອຍ

    ຫຼັງຈາກສໍາເລັດການ Create Shipment, ລະບົບຈະອອກ Shipment ID (ຈໍານວນການຂົນສົ່ງນີ້) ໃຫ້ກັບສະມາຊິກ.

    วิธีการรับพัสดุที่ประเทศไทย

    STEP 1

    เมื่อพัสดุมาถึงคลังสินค้าที่ประเทศไทย เจ้าหน้าที่จะทำการคัดแยก พัสดุของท่าน เพื่อดำเนินการจัดส่งไปยังผู้รับปลายทาง ลูกค้าสามารถเช็คพัสดุผ่านเว็บไซต์ ได้ 24 ชั่วโมง

    STEP 2

    เจ้าหน้าที่จะติดต่อท่าน เพื่อแจ้งว่าพัสดุของท่านมาถึงแล้ว ลูกค้าสามารถเลือกวิธีการรับพัสดุ โดย แมสเซนเจอร์ของทาง ชอป แอนด์ ชิป ยูเอส ไปส่งถึงหน้าบ้านท่านหรือฝากส่งผ่านทางบริษัทขนส่งภายในประเทศ

    STEP 3

    พัสดุถูกส่งถึงที่หมายแล้ว ผู้รับปลายทางเซ็นต์รับพัสดุ ลูกค้าสามารถตรวจสอบชื่อผู้รับและเวลาที่รับได้ผ่านทางหน้าเว็บไซต์ของ ชอป แอนด์ ชิป ยูเอส

    ค่าใช้จ่ายในการเช่าพื้นที่เก็บของ

    1. หลังจากเปิดกล่องและเช็คสินค้าแล้ว เก็บสินค้าเพื่อรอแพ็คใหม่ใน 30 วันแรก ไม่มีค่าใช้จ่าย
    2. หลังจาก 30 วันแรก มีค่าใช้จ่ายต่อเดือน $3.00 / กิโลกรัม (96 บาท)

    ยังไม่มีบัญชี ชอป แอนด์ ชิป ยูเอส ? สร้างบัญชีใหม่ฟรี ไม่เกิน 1 นาที

    E-Catalog

    Air Freight

    Sea Freight - Commercial

    Sea Freight - Personal

    ວີດີໂອ

    ວີດີໂອການສົ່ງສິນຄ້າໄປລາວ (ຄວາມຍາວ 1:04 ນາທີ)

    ວິດີໂອອະທິບາຍລາຍລະອຽດການຂົນສົ່ງໄປລາວ (ຍາວ 2:38 ນາທີ)

    ວີດີໂອການສົ່ງເຄື່ອງໄປລາວ (ສະບັບດ່ວນ) (ຍາວ 0:50 ນາທີ)