ວິທີການຊຳລະເງີນ

ຕອນທີ່ສະມາຊິກ Register Tracking ( ແຈ້ງລາຍລະອຽດສິນຄ້າ ) ແລະ Create Shipment ( ສ້າງ Shipment ລະບຸຜູ້ຮັບ ລະບຸລາຍການສິນຄ້າທີ່ຕ້ອງການສັ່ງ ແລະເລືອກປະເພດບໍລິການ ) ຈະຍັງບໍ່ມີຄ່າໃຊ້ຈ່າຍໃດ ໆ ເກີດຂື້ນ ຈົນກວ່າສິນຄ້າສົ່ງມາເຖີງ Shop and Ship US ຄົບທຸກລາຍການຕາມທີ່ສະມາຊິກແຈ້ງໄວ້ກ່ອນ Create Shipment ພະນັກງານກ່ຽວຂ້ອງຈະທຳການຮວມແກັດສິນຄ້າ ( Consolidate & Repack ) ເຮັດໃຫ້ແກັດສິນຄ້າຂອງສະມາຊິກມີຈຳນວນແກັດໜ້ອຍລົງທີ່ສຸດ ແລະນ້ອຍທີ່ສຸດເທົ່າທີ່ເປັນໄປໄດ້ ຊຶ່ງຈະຊ້ວຍໃຫ້ຄ່າຂົນສົ່ງສິນຄ້າລະຫວ່າງປະເທດ ແລະການຈັດສົ່ງໄປປະເທດໄທ ຫຼື ປະເທດລາວ ມີຄ່າໃຊ້ຈ່າຍຖືກລົງ ເຈົ້າໜ້າທີ່ຈະໃຊ້ຂໍ້ມູນນ້ຳໜັກ ຂະໜາດ ແລະຈຳນວນແກັດທີພ້ອມສັ່ງ ເພື່ອຄິດໄລ່ຄ່າສົ່ງສິນຄ້າ ແລ້ວອອກ Invoice ລະບົບຈະ email ສົ່ງ Invoice ໃຫ້ສະມາຊິກ ເພື່ອຂໍສະມາຊິກທຳການຊຳລະຄ່າສົ່ງສິນຄ້າ

ຊຳລະເງີນດອນລ້າສະຫະລັດ

ການຊຳລະເງີນດອນລ້າສະຫະລັດ ມີໃຫ້ເລືອກ 3 ຊ່ອງທາງຄື

1. ຊຳລະດ້ວຍ CREDIT CARD ( ບັດເຄຼດິດ VISA ຫຼື MASTERCARD )

ສະມາຊິກສາມາດເຮັດໄດ້ສອງວິທີ
1. ສະມາຊິກສາມາດຊຳລະເງີນດ້ວຍບັດເຄຼດິດຢູ່ໜ້າ website ຂອງບໍລິສັດໄດ້ດ້ວຍຕົວເອງ
2. ສະມາຊິກສາມາດໂທໃຫ້ Customer Service 818-979-2119 ຮູດບັດໃຫ້

2. ຊຳລະດ້ວຍ Money Order ຫຼື Cashier Check

ສະມາຊິກຊື້ Money Order ຫຼື Cashier Check ຢູ່ທະນາຄານ ຫຼື ຢູ່ຫ້ອງການໄປສະນີ ແລ້ວສົ່ງມາທີ່
                Shop and Ship US
                1940 Gardena Avenue
                Glendale, CA 91204

ໝາຍເຫດ ການສົ່ງດ້ວຍຕົວເອງ ຈະປອດໄພກວ່າສົ່ງທາງໄປສະນີ ຊຶ່ງຈົດໝາຍມັກຈະມີໂອກາດສູນຫາຍ

3. ຊຳລະດ້ວຍການຝາກເງີນເຂົ້າບັນຊີທະນາຄານໃນປະເທດສະຫະລັດອາເມລິກາ ( Bank Deposit )

ສະມາຊິກທຳການຝາກເງີນເຂົ້າບັນຊີທະນາຄານ East West Bank
ຊື່ບັນຊີ : Shop and Ship US
ເລກບັນຊີ : 8023008082
Routing Number: 322070381

ສຳຄັນ :
ຖ້າສະມາຊິກໃຊ້ວິທີຝາກເງີນເຂົ້າບັນຊີ ເມື່ອຝາກເງີນຮຽບຮ້ອຍແລ້ວ ກະລຸນາແຈ້ງລາຍລະອຽດດັ່ງຕໍ່ໄປນີ້ໃຫ້ທາງບໍລິສັດຮູ້ພາຍໃນ 24 ຊົ່ວໂມງ
1. ເລກ Member ID
2. ເລກ Invoice Number
3. ຍອດເງີນທີ່ຝາກ

ຕົວຢ່າງຂໍ້ຄວາມ " Member 1159999 ຝາກເງີນຈ່າຍ Invoice A1234567 ຍອດ $500 ແລ້ວ "
ຕາມຊ່ອງທາງດັ່ງຕໍ່ໄປນີ້
1. ໂທ 818-979-2119
2. ສົ່ງ email ມາທີ່ payment@shopandshipus.com
3. ສົ່ງຂໍ້ຄວາມທາງ Line ID: Payment_SSUS

ການຊຳລະເປັນເງີນບາດໄທ

ກົດເຂົ້າສູ່ລະບົບ ເພື່ອແຈ້ງວ່າທ່ານໄດ້ໂອນເງີນເຂົ້າບັນຊີທະນາຄານແລ້ວ
1. ກົດ Payment ຢູ່ menu bar
2. ກົດປຸ່ມ Pay now ຢູ່ Invoice ທີ່ທ່ານໄດ້ໂອນເງີນເຂົ້າທະນາຄານແລ້ວ
3. ກົດປຸ່ມ Process Payment
4. ກະລຸນາເລືອກທະນາຄານທີ່ທ່ານທຳການໂອນເງີນເງີນເຂົ້າບັນຊີ
5. ຊ່ອງທີ່ Deposit date : ກະລຸນາເລືອກວັນທີທີ່ທ່ານທຳການໂອນເງີນເຂົ້າບັນຊີ
6. ທີ່ຊ່ອງ Amount : ກະລຸນາພິມຍອດເງີນທີ່ໂອນ
7. ທີ່ຊ່ອງ Remark : ກະລຸນາພິມຊື່ທະນາຄານ ແລະເວລາທີ່ທ່ານໂອນເງີນ
8. ກົດ Summit ເພື່ອຢັ້ງຢືນການຊຳລະເງີນເຂົ້າສູ່ລະບົບ