ການປະກັນສິນຄ້າ

ເງື່ອນໄຂການໃຫ້ບໍລິການແລະຄວາມໝາຍຜິດຊອຍການສູນເສຍຂອງສິນຄ້າ
5 ປະເດັນສຳຄັນ ( ທີ່ສະມາຊິກຕ້ອງຮູ້ກ່ອນໃຊ້ບໍລິການ )

  • Liability of Loss ຄືຄວາມຮັບຜິດຊອບພື້ນຖານສຳລັບການສູນຫາຍຂອງສິນຄ້າທີ່ສົ່ງກັບບໍລິສັດ ໂດຍບໍລິສັດຈະຮັບຜິດຊອບສູງສຸດເປັນວົງເງີນ $95 ຫຼື 3,000 ບາດ
  • ສະມາຊິກສາມາດຊື້ປະກັນເພີ່ມຕື່ມໄດ້ ( 5% ຂອງຍຶດປະກັນ )
  • ສະມາຊິກຕ້ອງເຮັດເລື້ອງ Claim ເປັນລາຍລັກອັກສອນເຖີງບໍລິສັດພາຍໃນ 48 ຊົ່ວໂມງຈາກວັນແລະເວລາທີ່ບໍລິສັດຈັດສົ່ງສິນຄ້າເຖີງຜູ້ຮັບຢູ່ປາຍທາງ
  • ບໍລິສັດຂໍສະຫງວນສິດໃນການເລືອກຊົດເຊີຍເປັນເງີນ ຫຼື ຊື້ສິນຄ້າທີ່ເໝືອນກັນເປັນການເປັນການທົດແທນ
  • ບໍລິສັດມີສິດທີ່ຈະບໍ່ຮັບປະກັນແລະບໍ່ຮັບຜິດຊອບຄວາມເສຍຫາຍຂອງສິນຄ້າບໍ່ວ່າໃນກໍລະນີໃດກໍຕາມ ໂດຍສະເພາະສິນຄ້າໃນກຸ່ມທີ່ມີຄວາມສ່ຽງສູງ ເຊັ່ນຂອງທີ່ແຕ່ຫັກງ່າຍ ອາຫານ ຂອງແຫຼວ ຂອງທີ່ມີມູນຄ່າສູງ ຫຼື ພັດສະດຸທີ່ເປັນເງີນສົດ ສິ່ງທີ່ມີມູນຄ່າປະເມີນລາຄາບໍ່ໄດ້ ຫຼື ບໍ່ສາມາດຫາທົດແທນໃໝ່ໄດ້ ເຊັ່ນວັດຖຸບູຮານ ເອກະສານ ງານສີມືຕ່າງ ໆ ເປັນຕົ້ນ

ເງື່ອນໄຂການໃຫ້ບໍລິການ ແລະ ຄວາມຮັບຜິດຊອບການເສຍຫາຍຂອງສິນຄ້າ

  • 1. ທາງບໍລິສັດຮັບຜິດຊອບກໍລະນີທີ່ສິນຄ້າຂອງສະມາຊິກສູນຫາຍໃນອັດຕາບໍ່ເກີນ $95 ຫຼື 3,000 ບາດຕໍ່ Shipment ( ຕໍ່ invoice ) ຫຼືຊົດເຊີຍຕາມມູນຄ່າຕົວຈິງຂອງສິນຄ້າທີ່ບໍ່ເກີນ $95 ຫຼື 3,000 ບາດ
  • 2. ຫາກສິນຄ້າທີ່ສະມາຊິກຕ້ອງການສົ່ງມີມູນຄ່າສູງ ທ່ານສາມາດຊື້ປະກັນສິນຄ້າເພີ່ມໄດ້ໃນອັດຕາເບັ້ຍປະກັນ 5% ຂອງມູນຄ່າປະກັນ ຖ້າສິນຄ້າທີ່ຊື້ປະກັນໄດ້ສູນຫາຍ ທາງບໍລິສັດຈະຊົມເຊີຍຄ່າເສຍຫາຍໃຫ້ທ່ານເຕັມວົງເງີນປະກັນ ຫຼື ຈັດຊື້ສິນຄ້າໃຫ້ຄືກັນຄືນໃຫ້ສະມາຊິກ ຊ້າງຫາກເກີດກໍລະນີສູນຫາຍບາງສ່ວນ ທາງບໍລິສັດຈະພິຈາລະນາຄືນຕາມສັດສ່ວນນ້ຳໜັກເປັນກໍລະນີໄປ
  • 3. ທາງບໍລິສັດຈະບໍ່ຮັບຜິດຊອບໃນກໍລະນີສິນຄ້າເສຍ ແຈກ ຫັກ ຮົ່ວ ບຸບ ເນົ່າເສຍຂື້ນລາອື່ນ ໆ
  • 4. ບໍລິສັດມີສິດທີ່ຈະບໍ່ຮັບປະກັນສິນຄ້າທີ່ມີມູນຄ່າລາຄາສູງ ຫຼື ພັດສະດຸເປັນເງີນສົດ ແລະ ສິ່ງທີ່ມີມູນຄ່າປະເມີນລາຄາບໍ່ໄດ້ ຫຼື ບໍ່ສາມາດຫາທົດແທນໃໝ່ໄດ້ເຊັ່ນ ວັດຖຸບູຮານ ເອກະສານ ງານສີມືຕ່າງ ໆ
  • 5. ຖ້າສະມາຊິກ ( ຜູ້ສົ່ງ ) ມີຂອງສູນຫາຍຕ້ອງທຳເລື່ອງ Claim ເປັນລາຍລັກອັກສອນເຖີງບໍລິສັດພາຍໃນ 48 ຊົ່ວໂມງຈາກວັນ ແລະ ເວລາທີ່ບໍລິສັດຈັດສົ່ງສິນຄ້າເຖີງຜູ້ຮັບປາຍທາງ
  • 6. ບໍລິສັດຈະບໍ່ສາມາດຮັບຜິດຊອບຕໍ່ຄວາມຫມາຍຊ້າ ແລະການສູນຫາຍທີ່ເກີດຈາກເຫດການທີ່ຢູ່ນອກເໜືອຄວາມຄວບຄຸມຂອງບໍລິສັດເຊັ່ນ ແຜ່ນດີນໄຫວ ພະຍຸ ນ້ຳຖ້ວມ ເຮືອຫຼົ້ມ ເຄື່ອງບິນຕົກ ສົງຄາມ ການປະທ້ວງຫຼືຄວາມວຸ້ນວາຍກາງເມືອງ ລວມທັງຄວາມເສຍຫາຍທາງໄຟຟ້າແລະແມ່ເຫຼັກ ຫຼື ການລົບເລື່ອນທີ່ເກີດຂື້ນກັບພາບອີເລັກໂທນິກ ແລະພາບຖ່າຍຂໍ້ມູນລວມທັງການກະທຳ ຫຼື ການລະເວັ້ນການກະທຳຂອງບຸຄົນທີ່ບໍ່ໄດ້ຮັບການວ່າຈ້າງ ຫຼືທຳສັນຍາກັບບໍລິສັດເຊັ່ນ ສະມາຊິກ ຜູ້ຮັບສິນຄ້າ ໜ່ວຍງານພາສີອາກອນ ແລະ ໜ່ວຍງານລັດໃດ ໆ ການສົ່ງອອກຫຼືການນ້ຳເຂົ້າຂອງການທາ່ເປັນຕົ້ນ
  • 7. ໃນກໍລະນີທີ່ທາງບໍລິສັດບໍ່ສາມາດຈັດສົ່ງສິນຄ້າໃຫ້ຢູ່ປາຍທາງໄດ້ເຊັ່ນ ບໍ່ມີສະຖານທີ່ຕາມທີ່ຜູ້ສົ່ງລະບຸໃຫ້ສົ່ງເຖີງ ຫຼື ຜູ້ຮັບປະຕິເສດຮັບສິນຄ້າ ຫຼື ຍ້ອນຜູ້ຮັບຢູ່ປາຍທາງເປັນຕູ້ໄປສະນີ ຫຼື ເປັນພື້ນທີ່ສ່ວນກາງເຊັ່ນ ນິຕິບຸຄົນອາຄານ ສະໂມສອນບ້ານຫຼືອົງກອນໃດ ໆ ແຕ່ບໍ່ມີຜູ້ຮັບ ຫຼື ທາງເຈົ້າໜ້າທີ່ໃນສະຖານທີ່ນັ້ນ ໆ ປະຕິເສດ ການຮັບສິນຄ້າຫຼືບໍ່ສາມາດຕິດຕໍ່ຜູ້ຮັບປາຍທາງໄດ້ເປັນໄລຍະເວລາເປັນໄລຍະເວລາເກີນ 30 ວັນ ທາງບໍລິສັດຂະເກັບຄ່າ Storage Fee ໃນອັດຕາ $3.00 ຕໍ່ 1 ລູກບາດຟຸດ ຖ້າເກີນ 90 ວັນແລ້ວຍັງບໍ່ສາມາດຕິດຕໍ່ຜູ້ນັບໄດ້ ແລະ ທາງຜູ້ສົ່ງກໍບໍ່ຈ່າຍຄ່າ Storage Fee ບໍລິສັດຈະຍຶດເຄື່ອງ ເພື່ອທຳລາຍຫຼືຂາຍເຂົ້າຕະຫຼາດ
  • 8. ສິນຄ້າຕ້ອງຫ້າມ ຫຼື ຜິດກົດໝາຍ : ໃນກໍລະນີທີ່ສະມາຊິກສົ່ງສິນຄ້າຕ້ອງຫ້າມຫຼືຜິດກົດໝາຍ ສົ່ງຜົນໃຫ້ທາງບໍລິສັດມີບັນຫາໃນການສົ່ງອອກ ຫຼື ນຳເຂົ້າ ສະມາຊິກນັ້ນ ໆ ຕ້ອງຮັບຜິດຊອບຄ່າປັບໃໝ ຫຼື ຄ່າເສຍຫາຍທີ່ເກີດຂື້ນ ແລະ ເພື່ອປ້ອງກັນການສົ່ງສິນຄ້າຕ້ອງຫ້າມ ຫຼື ຜິດກົດໝາຍ ບໍລິສັດຂໍສະຫງວນສິດໃນການເປີດກວດສິນຄ້າໂດຍບໍ່ຕ້ອງແຈ້ງໃຫ້ສະມາຊິກຮູ້
  • 9. ການຈັດເສັ້ນທາງການສົ່ງສິນຄ້າ : ສະມາຊິກຍອມຮັບໃນເສັ້ນທາງ ແລະ ການປ່ຽນແປງເສັ້ນທາງການສົ່ງສິນຄ້າທັງພາຍໃນປະເທດ ແລະ ລະຫວ່າງປະເທດຂອງບໍລິສັດ
  • 10. ການຝາກສັ່ງຊື້ສິນຄ້າ : ໃນກໍລະນີທີ່ສະມາຊິກສົ່ງການເຊື່ອມຕໍ່ໃຫ້ບໍລິສັດສັ່ງຊື້ເຄື່ອງໃຫ້ທ່ານ ແລ້ວທາງຜູ້ຂາຍບໍ່ສົ່ງສິນຄ້າໃຫ້ບໍລິສັດເຮົາ ເພື່ອສົ່ງຕໍ່ສິນຄ້າໃຫ້ທ່ານ ບໍ່ວ່າຈະເປັນເພາະຄວາມຜິດພາດ ຫຼື ຕັ່ງໃຈຈະສໍ້ໂກງ ທາງບໍລິສັດຈະບໍ່ສາມາດຮັບຜິດຊອບໃນຄວາມຜິດພາດ ຫຼື ຄວາມບໍ່ຊື່ສັດຂອງຜູ້ຂາຍລາຍນັ້ນ ໆ ທີ່ສະມາຊິກເປັນຜູ້ເລືອກເອງ ແຕ່ຈະທຳໜ້າທີ່ແທນສະມາຊິກໃນການຕິດຕາມສິນຄ້າໃຫ້ຢ່າງເຕັມທີ່
  • 11. ການສົ່ງສິນຄ້າໃຫ້ແກ່ຜູ້ຂາຍ : ບໍ່ວ່າຈະສົ່ງຜິດລາຍການ ເສຍຫາຍ ຫຼື ເຫດຜົນໃນ ໆ ສະມາຊິກຕ້ອງຕິດຕໍ່ກັບຜູ້ຂາຍເພື່ອຂໍ Return Label ຫຼືເບີ RMA ທາງບໍລິສັດຈະເກັບຄ່າບໍລິການຖ່າຍຮູບ$2.00/1 ແກັດ ( 70 ບາດ ) ຄ່າເນັດ Return : ຕຳແໜ່ງ Retail ແລະ VIP $5.00 ຫຼື 160 ບາດ ຫຼືຕຳແໜ່ງ Platinum ຂື້ນໄປ $3.00 ຫຼື 96 ບາດ ແລະ ຄ່າສິນຄ້າສົ່ງກັບໄປບ່ອນຜູ້ຂາຍ ( ຖ້າມີ )
  • 12. ກໍລະນີທີ່ສິນຄ້າຂອງສະມາຊິກບໍ່ສາມາດຜ່ານພາສີເຂົ້າປະເທດໄທ ທາງບໍລິສັດຕ້ອງເຮັດເລື່ອງ Claim ພາຍໃນ 7 ວັນ ນັບຈາກວັນທີ່ທາງບໍລິສັດແຈ້ງໃຫ້ທາງສະມາຊິກຮູ້ ທາງບໍລິສັດຈະບໍ່ຮັບ Claim ຫຼັງຈາກນັ້ນ

ຂັ້ນຕອນການເຄຼັ້ມ ( ຮຽກຮ້ອງຄ່າ ) ການສູນຫາຍ

1. ສະມາຊິກ ( ຜູ້ສົ່ງ ) ເຂົ້າ www.ShopandShipUS.com, Log In ເຂົ້າສູ່ລະບົບ , ກົດປຸ່ມ Support, ເລືອກ Claim, ເພື່ອຕື່ມຂໍ້ມູນ Claim Form ແລະ submit ພາບຖ່າຍ , ເຂົ້າສູ່ລະບົບພາຍໃນ 48 ຊົ່ວໂມງ ຈາກວັນ ແລະ ເວລາທີ່ບໍລິສັດສົ່ງສິນຄ້າໃຫ້ຜູ້ຮັບຢູ່ປາຍທາງ

2. ບໍລິສັດຈະທຳການກວດສອບ ແລະ ຈະແຈ້ງຜົນກວດສອບໃຫ້ສະມາຊິກຮູ້ ຖ້າພົບວ່າສິນຄ້າເສັຍແທ້ ທາງບໍລິສັດຈະທຳການເຄຼັ້ມໃຫ້ພາຍໃນ 45 ວັນນັບຈາກວັນທີ່ສະມາຊິກ submit Claim Form ແລະ ໃບບີນສັ່ງຊື້ໃຫ້ແກ່ບໍລິສັດຂາຍເຄື່ອງ

ສິ່ງທີ່ຕ້ອງໃຊ້ໃນການ Claim

1. ເລກ CLAIM NUMBER

ແຈ້ງເລກ CLAIM NUMBER ໃຫ້ເຈົ້າໜ້າທີ່ CLAIM ສິນຄ້າຮັບຮູ້

2. ພາບຖ່າຍດັ່ງຕໍ່ໄປນີ້

- ພາບຖ່າຍເຫັນທັງແກັດ ຫຼື ລັງ
- ພາບຖ່າຍສະຫຼາກ Shipping Label ຢູ່ໜ້າແກັດ
- ພາບຖ່າຍສິນຄ້າທຸກຊະນິດໃນແກັດ
- ພາບຖ່າຍພັດສະດຸກັນກະແທກໃດ ໆ ທີ່ຢູ່ໜ້າແກັດສິນຄ້າ

3. ຫຼັກຖານການຊື້ສິນຄ້າ ຫຼື ໃບບີນຊື້ສິນຄ້າ

ໝາຍເຫດ : ທາງບໍລິສັດມີສິດທີ່ຈະບໍ່ຮັບປະກັນສິນຄ້າ ແລະ ບໍ່ຮັບຜິດຊອບຄວາມເສັຍຫາຍຂອງສິນຄ້າໃນກຸ່ມທີ່ມີຄວາມສ່ຽງສູງ ດັ່ງລາຍການຕໍ່ໄປນີ້
1. ພັດສະດຸທີ່ສ່ຽງ ຫຼື ມີສ່ວນປະກອບໃດ ໆ ທີ່ແຕກຫັກງ່າຍອາທິເຊັ່ນ : ເຄື່ອງແກ້ວ ກະຈົກ ແລະ ພັດສະດຸປະເພດທີ່ຄ້າຍຄືກັນ
2. ອາຫານ ເຂົ້າໜົມ ໝາກໄມ້ ຂອງແຫຼວທຸກຊະນິດ
3. ພັດສະດຸທີ່ມີມູນຄ່າສູງ ແລະ ພັດສະດຸທີ່ຄ້າຍເງີນສົດ ໄດ້ແກ່ ທະນາບັດ ເຊັກ ບັດຂອງຂວັນ
4. ສິ່ງທີ່ມີມູນຄ່າປະເມີນລາຄາບໍ່ໄດ້ ຫຼື ບໍ່ສາມາດຫາທົດແທນໃໝ່ໄດ້ ເຊັ່ນ : ວັດຖຸບູຮານ ເອກະສານ ເຄື່ອງໂຖດີນປັ້ນ ຮູບພາບ ງານມີມືຕ່າງ ໆ ເປັນຕົ້ນ

ຫາກມີຂໍ້ໂຕ້ຖຽງໃດ ໆ ເກີດຂື້ນ ແລ້ວທາງບໍລິສັດພົບວ່າບໍ່ເປັນໄປຕາມເງື່ອນໄຂທີ່ປະກາດໄວ້ເບື້ອງຕົ້ນ ທາງບໍລິສັດຂໍສະຫງວນສິດໃນການບໍ່ຮັບຜິດຊອບຄ່າເສັຍຫາຍໃດ ໆ ທີ່ເກີດຂື້ນ